🥺"ມີແຟນກະບໍ່ບອກປະໃຫ້ຂ້ອຍຢອກບັກດົນໆ"
ຄຳຄົມເປັນພຽງລົມປາກ ການກະທຳຕັ້ງຫາກມັນຄືຄວາມຈິງ
"ສຸດທ້າຍແລ້ວກະບໍ່ແມ່ນລົດທີ່ໃຊ້ນ້ຳມັນ ຄົນທີ່ຄິດໄປໄກຄືກັນ ເຖິງສິບໍ່ໃຊ້ນ້ຳມັນ ແຕ່ກະໃຊ້ນ້ຳຕາ "
ເຖິງຫນ້າຂ້ອຍສິຄືແບ້ ແຕ່ກະຢາກໄປແພ້ແວ້ໃນຫນ້າສະຕໍລີ່ເຈົ້າ
"ຄັນບໍ່ຮັກກະຢ່າອໍ້ແອ້ ເພາະຂ້ອຍຮັກແທ້ອໍ້ແອ້ບໍ່ເປັນ"
" ທີ່ເຂົ້າຮຽນບໍ່ໄດ້ດີໃຈທີ່ເຈີຫມູ່ ແຕ່ຢາກໄດ້ເນື້ອຄູ່ທີ່ເປັນລຸ້ນນ້ອງ "
" ລົມຈົນໂທລະສັບຮ້ອນ ເຈົ້າບອກບໍ່ພ້ອມທີ່ຈະມີໃຜ "
ສະໝອງບອກໃຫ້ລືມ🧠 ຫົວໃຈບອກໃຫ້ຈຳ❤ ຄວາມຮັກບອກໃຫ້ທຳ😣 ຄວາມຊົງຈຳບອກໃຫ້ພໍ😔
" ແຊັດນຳເຈົ້າຈົນມືຫລ່ອຍ ສຸດທ້າຍກະຕ້ອງຖອຍຢູ່ດີ "
"ຢູ່ຄົນດຽວໃຫ້ຊິນ ກິນເຂົ້າໃຫ້ອິ່ມກະພໍ"
" ຄຳສັນຍາກະຄືກັບທົ່ງນາ ມີແຕ່ຫຍ້າໄວ້ໃຫ້ຄວາຍກິນ "
" ຄັນເຂົາບໍ່ຮັກ ກະລັກມາຫລິ້ນຫ້ອງຂ້ອຍກະໄດ້ເດີ "
" ຂ້ອຍຮັກດຽວ ເລີຍບໍ່ເປີດໄຟຂຽວໃຫ້ໃຜເຂົ້າມາ"
" ລົມມາເປັນປີ ຜິດກັນບໍ່ຮອດນາທີບໍ່ເຫັນໜ້າລະ"
" ເຖິງຂ້ອຍສິບໍ່ເກັ່ງຄະນິດ ແຕ່ຂ້ອຍກະຮູ້ຄິດວ່າອັນໃດແມ່ນຮັກແທ້ "
"ໝູ່ກະຄືກັບນ້ຳລ້າ ເຖິງສິບໍ່ມີລົດຊາດ ແຕ່ລະຂາດບໍ່ໄດ້"
ຄວາມຮັກກະຄືກັບຂໍ້ສອບ📃 ເຂົາບໍ່ໄດ້ເບິ່ງເຮົາເປັນຄຳຕອບ✔ ເຂົາເບິ່ງເຮົາເປັນຕົວເລືອກ💔
ຄຳຄົມມີເປັນແສນ ແຂນກະບໍ່ໄດ້ຈັບ🥲